← Back to list

ກວ່າຈະເປັນນັກຮຽນທຶນລັດຖະບານຍີ່ປຸ່ນ ຊັ້ນສູງ (MEXT) ສະບັບປີ 2021

ຣີວິວປະສົບການ ຂອງວ່າທີ່ນັກຮຽນທຶນ MEXT ປະຈຳປີທຶນ 2021 ສະເພາະຊັ້ນສູງເຕັກໂນໂລຊີ

Thanasine Chaleunkit · 2021-05-15 07:11 · 28 claps · 6.4 min read
#mext #mext-scholarship
Open on Medium ↗

ກວ່າຈະເປັນນັກຮຽນທຶນລັດຖະບານຍີ່ປຸ່ນ ຊັ້ນສູງ (MEXT) ສະບັບປີ 2021

ຫຼັງຈາກທີ່ດອງວຽກໄວ້ເປັນເວລາຫຼາຍມື້ ຫຼາຍອາທິດ, ໃນທີ່ສຸດກໍໄດ້ໂອກາດມາຂຽນແລ້ວວວ (ອາດຈະຍາວແດ່ ແຕ່ກໍເພື່ອຄຸນນະພາບ).

ສະບາຍດີທຸກຄົນ. ມີ້ນີ້ເຮົາຈະມາແບ່ງປັນປະສົບການ ກວ່າຈະເປັນນັກຮຽນທຶນລັດຖະບານຍີ່ປຸ່ນ (MEXT) ໃນຕະຫຼອດໄລຍະ 1 ປີທີ່ຜ່ານມາ ເພື່ອເປັນບ່ອນອີງ ແລະ ໃຫ້ຜູ້ອ່ານໄດ້ຮູ້ເຖິງຂັ້ນຕອນ ແລະ ວິທີການຕ່າງໆ ຜ່ານທັດສະນະຂອງໜຶ່ງໃນຜູ້ທີ່ພິຊິດທຶນດັ່ງກ່າວໄດ້ ມາໃຫ້ທຸກຄົນໄດ້ຮັບຊົມນຳກັນ.

ກ່ຽວກັບທຶນໂດຍລວມ:

ມາເດີທຸກຄົນ ທຶນເຕັມຈຳນວນ

ມາເດີທຸກຄົນ ທຶນເຕັມຈຳນວນ

ທຶນລັດຖະບານຍີ່ປຸ່ນ ຫຼື ທີ່ພວກເຮົານັກຮຽນສາມັນຮູ້ກັນດີໃນນາມວ່າ ທຶນ MEXT ແມ່ນທຶນການສຶກສາ ທີ່ກະຊວງສຶກສາທິການ, ກິລາ, ວັດທະນະທຳ, ວິທະຍາສາດ ແລະ ເຕັກໂນໂລຊີ ຂອງຍີ່ປຸ່ນ ໃຫ້ກັບນັກຮຽນ ແລະ ນັກສຶກສາຈາກແຕ່ລະປະເທດໃນໂລກ ເພື່ອເຂົ້າມາສຶກສາທີ່ປະເທດຍີ່ປຸ່ນໃນແຕ່ລະປີ.

ສະເພາະໃນ ສ.ປ.ປ. ລາວນັ້ນ (ພາກສ່ວນຮັບຜິດຊອບແມ່ນສະຖານທູດຍີ່ປຸ່ນ ປະຈຳ ສ.ປ.ປ. ລາວ) ມີທຶນ MEXT ຢູ່ 4 ປະເພດຄື:

  • ທຶນນັກຄົ້ນຄວ້າ (ປະລິນຍາໂທຂຶ້ນໄປ).
  • ທຶນປະລິນຍາຕີ.
  • ທຶນຊັ້ນສູງເຕັກໂນໂລຊີ (College of Technology).
  • ທຶນຊັ້ນສູງທົ່ວໄປ (Specialized Training College).

ໃນບົດຄວາມນີ້ ເຮົາຈະເນັ້ນໃສ່ໃນລະດັບຊັ້ນສູງເຕັກໂນໂລຊີ (ເພາະຜູ້ຂຽນໄດ້ທຶນປະເພດນີ້ 5555).

ສຳລັບລາຍລະອຽດເພີ່ມເຕີມສຳລັບທຶນ MEXT ໃນປະເທດເຮົາ ສາມາດຕິດຕາມໄດ້ ຕາມຊ່ອງທາງຕ່າງໆດັ່ງນີ້ : https://www.facebook.com/embassyofjapaninlaos/ (Facebook Page ຂອງສະຖານທູດ)

https://www.la.emb-japan.go.jp/itprtop_en/index.html (ເວັບໄຊທາງການຂອງສະຖານທູດ)

ສ່ວນນີ້ແມ່ນວິດິໂອປະຖົມນິເທດຂອງສະຖານທູດໃນປີທີ່ເຮົາເສັງ: https://www.youtube.com/watch?v=TLp8-4p7sM0

ກ່ຽວກັບສາຍຊັ້ນສູງເຕັກໂນໂລຊີ (College of Technology)

ລະດັບຊັ້ນສູງເຕັກໂນໂລຊີ (College of Technology) ຫຼື ທີ່ເອີ້ນວີກຊື່ໜຶ່ງວ່າ KOSEN ແມ່ນລະດັບຮຽນໜຶ່ງ ທີ່ມີລັກສະນະການຮຽນປະສົມປະສານກັນລະຫວ່າງອາຊີວະສຶກສາ ແລະ ວິສະວະກຳສາດ. ນັກສຶກສາຕ່າງປະເທດ ທີ່ຈະໄປຮຽນໃນສາຍນີ້ ຈະໃຊ້ເວລາຮຽນວິຊາສະເພາະ 3 ປີ (ບໍ່ລວມຮຽນກຽມພື້ນຖານພາສາ). ເມື່ອຮຽນຈົບແລ້ວ ຈະໄດ້ລະດັບວຸດທິອະນຸປະລິນຍາ (ຊັ້ນສູງ) ເຊິ່ງສາມາດເຂົ້າຫຼັກສູດຕໍ່ເນື່ອງໄດ້ຖ້າຜົນການຮຽນດີພຽງພໍ.

ຂະແໜງວິຊາສະເພາະທັງໝົດ ທີ່ສາມາດເລືອກໄດ້

ຂະແໜງວິຊາສະເພາະທັງໝົດ ທີ່ສາມາດເລືອກໄດ້

ລາຍລະອຽດເພີ່ມເຕີມ ແລະ ເອກະສານຕ່າງໆ ສາມາດເບິ່ງໄດ້ທີ່ເວັບໄຊ: https://www.studyinjapan.go.jp/en/smap_stopj-applications_technology.html

ເວັບໄຊຂອງສາຍການຮຽນນີ້: https://www.kosen-k.go.jp/english/

ສຳລັບຜູ້ທີ່ຈະເສັງສາຍນີ້ ຈະໄດ້ສອບເສັງທັງໝົດ 4 ວິຊາຄື: ພາສາອັງກິດ, ຟີຊິກສາດ, ຄະນິດສາດ ແລະ ພາສາຍີ່ປຸ່ນ. ໃນນີ້ ສອງວິຊາຫຼັກ ທີ່ເປັນຕົວຕັດສິນ ແມ່ນ ຟີຊິກສາດ ແລະ ຄະນິດສາດ.

ໝາຍເຫດ: ສະເພາະຜູ້ທີ່ວາງແຜນຈະເລືອກໃນຂະແໜງວິສະວະກຳວັດສະດຸ (ກຸ່ມ D) ວິຊາທີ່ຕ້ອງເສັງ ຈະປ່ຽນຈາກ ຟີຊິກສາດ ເປັນ ເຄມີສາດ. ສະນັ້ນ ການເລືອກສາຍຮຽນ ຈຶ່ງສຳຄັນຫຼາຍ ເພາະມັນກ່ຽວພັນກັບວິຊາທີ່ຈະຕ້ອງເສັງ (ລາຍລະອຽດໃຫ້ເບິ່ງຕາມຄູ່ມືແນະນຳໃນແຕ່ລະປີ).

ເລີ່ມເສັ້ນທາງສູ່ທຶນ

ແຮງຈູງໃຈເບື້ອງຕົ້ນ

ສິ່ງທີ່ເຮັດໃຫ້ເຮົາຢາກສະໝັກທຶນນີ້ ແມ່ນເກີດຈາກຕອນເຂົ້າຮຽນມັດທະຍົມໃໝ່ໆ ບໍ່ມີຫຍັງເຮັດກໍໄປທ່ອງໂລກອິນເຕີເນັດໄປເລື້ອຍໆ ຈົນໄດ້ມາເຫັນທຶນນີ້ ກໍລອງເຂົ້າໄປເບິ່ງ:

ໂອ້ໂຫ ໜ້າສົນໃຈອີ່ຫຼີ. ມີສາຍນັ້ນ ສາຍນີ້ໃຫ້ເລືອກ ຫຼາກຫຼາຍຂະແໜງ ເຕັມໄປໝົດ ແລະ ເປັນທຶນລັດຖະບານ ສະຫວັດດິການດີອີກ. ເຮັດໃຫ້ເຮົາເລີ່ມມີຄວາມຫວັງວ່າ ຈະຄວ້າທຶນນີ້ໃຫ້ໄດ້.

ຕໍ່ມາ, ເມື່ອໄດ້ມາລົງເລິກຊີວິດ ມ.ປາຍ ກໍໄດ້ເຫັນວ່າ ໂອ ໂຮງຮຽນທີ່ເຮົາຢູ່ຄືມີນັກຮຽນໄດ້ທຶນນີ້ຫຼາຍອີ່ຫຼີ ມີທຸກປີເລີຍ ກໍລອງໄປສືບເບິ່ງ ໂອ ແມ່ນທຶນນີ້ອີ່ຫຼີ ເລີຍຖືເອົາພວກເຂົາເປັນທີ່ປຶກສາໃນດ້ານນີ້.

ອີກດ້ານໜຶ່ງ, ປະເທດຍີ່ປຸ່ນ ຖືໄດ້ວ່າເປັນໜຶ່ງໃນປະເທດທີ່ໄດ້ພັດທະນາທາງດ້ານເສດຖະກິດ, ວັດທະນະທຳ ກໍຄືດ້ານເຕັກໂນໂລຊີ ເຊິ່ງເປັນຂະແໜງໜຶ່ງທີ່ໜ້າສົນໃຈ ຍິ່ງມີທຶນສາຍວິທະຍາໄລ ເຕັກໂນໂລຊີອີກ ຈຶ່ງເປັນທີ່ໜ້າສົນໃຈ ແລະ ເຮັດໃຫ້ເຮົາຕັ້ງເປົ້າໝາຍໄວ້ວ່າ ຈະພະຍາຍາມເສັງເອົາທຶນນີ້ໃຫ້ໄດ້.

ຂະບວນການສະໝັກໂດຍຫຍໍ້

ເປີດຮັບສະໝັກ -> ສະໝັກ -> ສອບເສັງ -> ປະກາດຜົນເສັງ -> ສຳພາດ -> ປະກາດຜົນສຳພາດ -> ຖ້າຜົນຮອບສຸດທ້າຍຈາກ MEXT -> ຮັບຜົນສຸດທ້າຍ.

ທັງໝົດນັ້ນເປັນຂັ້ນຕອນທີ່ຍາວ ແລະ ໃຊ້ເວລາຫຼາຍ ໂດຍໃນປີເຮົານັ້ນ ເລີ່ມສະໝັກ ແລະ ສອບເສັງຕັ້ງແຕ່ກາງປີ 2020 ຈົນມາຮອດຜົນສຸດທ້າຍອອກແມ່ນ ຕົ້ນປີ 2021 ໂດຍຈະໄດ້ໄປຮຽນແທ້ແມ່ນພາຍໃນປີ 2021. ເຮົາຈຶ່ງເປັນຜູ້ທີ່ໄດ້ທຶນປະຈຳປີ 2021 ນັ້ນເອງ (ສະແດງວ່າ ປີທີ່ກຳລັງເປີດຮັບສະໝັກຕອນນີ້ແມ່ນປີທຶນ 2022 ແຕ່ຄັດເລືອກກັນຕັ້ງແຕ່ປີ 2021).

ໄປສະໝັກທຶນນຳກັນ

ໃນແຕ່ລະປີ MEXT ຈະເລີ່ມປະກາດຮັບສະໝັກທຶນການສຶກສາ ເລີ່ມແຕ່ທ້າຍເດືອນເມສາເປັນຕົ້ນໄປ (ຍົກເວັ້ນໃນປີເຮົາ ຍ້ອນວ່າເລີ່ມມີພະຍາດລະບາດ ເຮັດໃຫ້ກວ່າຈະເລີ່ມເປີດຮັບສະໝັກ ແມ່ນຕົ້ນເດືອນມິຖຸນາແລ້ວ ໂຊກຍັງດີທີ່ປີເຮົາບໍ່ໂຈະ ໄປຕໍ່ໄດ້).

ເງື່ອນໄຂໃນການສະໝັກທົ່ວໄປ:

  • ມີອາຍຸບໍ່ເກີນ 25 ປີ (ນັບຕາມວັນເກີດທີ່ກຳນົດໃນແຕ່ລະປີ, ປີທຶນ 2022 ຕ້ອງເກີດຕັ້ງແຕ່ວັນທີ 2 ເມສາ 1997 ເປັນຕົ້ນໄປ).
  • ຈົບຊັ້ນ ຫຼື ກຳລັງຈະຈົບຊັ້ນມັດທະຍົມສຶກສາຕອນປາຍ ໃນປີທີ່ສະໝັກ (ປີທຶນ 2022 ຕ້ອງຈົບ ມ.7 ກ່ອນສົກຮຽນ 2020–2021).
  • ມີຜົນການຮຽນດີ ແລະ ມີສຸຂະພາບແຂງແຮງ.

ໃນປີເຮົາ (ປີທຶນ 2021) ລວມເຖິງປີທີ່ຜ່ານມາ ແມ່ນການສະໝັກທຳອິດ ແລະ ການສອບເສັງຂຽນ ແມ່ນທາງ ມະຫາວິທະຍາໄລແຫ່ງຊາດ (ມຊ) ເປັນຜູ້ຮັບຜິດຊອບ ແຕ່ໃນປີນີ້ (ປີທຶນ 2022) ທີ່ກຳລັງເປີດສະໝັກຢູ່ ໄດ້ມີການປ່ຽນແປງຄັ້ງໃຫຍ່ ນັ້ນກໍຄື ສະຖານທູດ ຈະເປັນຜູ້ຮັບສະໝັກທຶນນີ້ດ້ວຍຕົນເອງ ແລະ ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໃນ ສ.ປ.ປ. ລາວ ໃນປີນີ້ ສະຖານທູດຈຶ່ງໄດ້ກຳນົດໃຫ້ຜູ້ທີ່ຈະສະໝັກ ສົ່ງເອກະສານຜ່ານທາງ e-mail ຕາມທີ່ສະຖານທູດໄດ້ກຳນົດໄວ້ເຊິ່ງປະກອບມີ:

  • ແບບຟອມ ແລະ ຮ່າງບັດເຂົ້າຫ້ອງເສັງ (ສາມາດໂຫຼດໄດ້ໃນເວັບໄຊທຶນຂອງສະຖານທູດ).
  • ໃບປະກາດຈົບຊັ້ນ ມ.7 (ສຳລັບຜູ້ທີ່ຈົບຊັ້ນ ມ.ປາຍແລ້ວ) ຫຼື ໃບຢັ້ງຢືນການສຶກສາ (ສຳລັບຜູ້ທີ່ກຳລັງຈົບຊັ້ນ ມ.ປາຍ ຕາມລຳດັບ).
  • ໃບຄະແນນ ຂອງປີຮຽນຫຼ້າສຸດ (ເປັນພາສາອັງກິດ).
  • ພິເສດ ສະເພາະປີນີ້ໄດ້ເລີ່ມໃຫ້ມີຂຽນບົດຄວາມອີກ (ໂຫຼດເອົາໃບຂຽນບົດຄວາມໄດ້ໃນເວັບໄຊທຶນຂອງສະຖານທູດ).

ເວລາຕື່ມຂໍ້ມູນໃບສະໝັກ ໃຫ້ຕິດຮູບ 3x4 ຈຳນວນ 3 ໃບ ໃຫ້ຖືກຕາມຕຳແໜ່ງທີ່ກຳນົດ ແລະ ຕື່ມຂໍ້ມູນໃຫ້ຄົບຖ້ວນ ແລ້ວໄປເຊັນຜູ້ອຳນວຍການໂຮງຮຽນ (ໃນພາກຄຳເຫັນ ທາງຊ້າຍລຸ່ມຂອງແບບຟອມ).

ໝາຍເຫດ: ປີນີ້ເປັນປີທຳອິດທີ່ນຳໃຊ້ການຍື່ນເອກະສານທາງອອນລາຍ. ສະນັ້ນ, ໃຫ້ຕິດຕາມສະຖານະການ ແລະ ຂ່າວສານທາງການຢ່າງໃກ້ຊິດ.

ການກະກຽມສອບເສັງ

ໃນປີທີ່ເຮົາເສັງ (ປີ 2020 ປີທຶນ 2021) ເຮົາໄປຊື້ແບບຟອມ, ປະກອບ ແລ້ວຈຶ່ງເອົາໄປຍື່ນຢູ່ ຫ້ອງການວິຊາການ ມຊ. ຫຼັງຈາກນັ້ນ ເພິ່ນຈະອອກບັດເຂົ້າຫ້ອງເສັງໃຫ້. ປົກກະຕິແລ້ວ ເຮົາຈະໄດ້ເສັງຂຽນໃນຕົ້ນເດືອນ 8 ແຕ່ເນື່ອງຈາກວ່າ ສະພາບບ້ານເຮົາຕອນນັ້ນ ໄດ້ມີການເລື່ອນການສອບເສັງຈົບຊັ້ນມາໃນທ້າຍເດືອນ 7 ເຮັດໃຫ້ນັກຮຽນບາງສ່ວນບໍ່ສາມາດມາເສັງໄດ້ ເຮັດໃຫ້ໄດ້ເລື່ອນການສອບເສັງຂຽນ ໄປໃນຕົ້ນເດືອນ 9. ນັບໄປກໍເຫຼືອເວລາປະມານ 3 ເດືອນ ໃນການກະກຽມ ເຊິ່ງກໍບໍ່ແມ່ນ 3 ເດືອນຖ້ວນດອກ ເພາະກວ່າຈະແຈ້ງເລື່ອນການສອບເສັງ ກໍຮອດວັນທີ 20/7 ແລ້ວ ແລະເດືອນ 8 ຍັງເປັນເດືອນແຫ່ງການສະໝັກ ແລະ ສອບເສັງເຂົ້າມະຫາວິທະຍາໄລຕ່າງໆ ອີກ. ເຮັດໃຫ້ເວລາເລີ່ມຈໍ້ເຂົ້າເລື້ອຍໆ ການຮຽນເພື່ອກະກຽມກໍດຳເນີນໄປຢ່າງເລັ່ງລັດ. ສະແດງໃຫ້ເຫັນວ່າ ອາດຈະມີເຫດການໃດໜຶ່ງ ທີ່ເຮັດໃຫ້ບໍ່ສາມາດປະຕິບັດຕາມແຜນໄດ້. ສະນັ້ນ, ຜູ້ທີ່ຈະກະກຽມເພື່ອສອບເສັງ ຕ້ອງໄດ້ມີການກຽມພ້ອມໄວ້ລ່ວງໜ້າ ຢ່າງໜ້ອຍປະມານ 1 ປີ ຫຼື ກ່ອນໜ້ານັ້ນຍິ່ງດີ ຂຶ້ນກັບຄວາມພ້ອມທາງດ້ານຄວາມຮູ້ຂອງບຸກຄົນ.

ສະເພາະເຮົານັ້ນ ເນື່ອງຈາກວ່າໃນປີ 2020, ໄດ້ມີການສັ່ງປິດໂຮງຮຽນແຕ່ຊ່ວງກາງເດືອນ 3 ຫາກາງເດືອນ 5. ເຮົາຈຶ່ງໄດ້ກະກຽມໂຫຼດເອົາບົດເສັງເກົ່າ ແລ້ວຕະລຸຍແກ້ໂຈດໂດຍຈັບເວລາຕົວຈິງ ເພື່ອທົດສອບຄວາມສາມາດຂອງຕົນ. ເມື່ອເອົາມາກວດແລ້ວ ກໍຕີລາຄາຈຸດດີ-ຈຸດອ່ອນຂອງຕົນ ແລ້ວ ທວນຄືນ, ຫາຂໍ້ຜິດພາດທີ່ຕົນໄດ້ກໍ່ໄວ້ ເພື່ອແກ້ໄຂໃຫ້ທັນການ. ນອກຈາກນັ້ນ ຍັງໄດ້ຫາໂຈດເພີ່ມເຕີມ ເພື່ອເສີມປະສົບການຕື່ມອີກ.

ວິຊາ ຄະນິດສາດ: ເປັນວິຊາໜຶ່ງ ທີ່ສຳຄັນທີ່ສຸດໃນການເສັງຂຽນ. ໃນບົດເສັງ ຈະເປັນຮູບແບບອັດຕະໄນ (ຕື່ມສະເພາະຄຳຕອບ), ມີ 3 ພາກຄື: ພາກທີ 1 ມີ 12 ຂໍ້ຍ່ອຍ ເປັນບົດເລກລວມຫຼາຍບົດປະສົມກັນເຊັ່ນ: ພະຫຸພົດ, ການຄຳນວນເລກພື້ນຖານ (ເລກຮາກ-ໂລກາຣິດ), ສົມຜົນ-ອະສົມຜົນໃຈກຳລັງ-ໂລກາຣິດ-ໄຕມຸມມິຕິ, ເວັກເຕີ, ອັນດັບ, ຜົນບວກ, ຂອບເຂດ, ຜົນຕຳລາ, ສັງຄະນິດ, ຄ່າຫຼາຍສຸດ-ໜ້ອຍສຸດໂດຍໃຊ້ຜົນຕຳລາ, ສົມຜົນເສັ້ນຕິດ ແລະ ອື່ນໆ. ບົດເລກພວກນີ້ບໍ່ຍາກປານໃດ ເໝາະກັບການເຮັດຄະແນນ; ພາກທີ 2 ແລະ 3 ຈະເປັນພາກມາຕຣິດ ແລະ ວິເຄາະຄະນິດ (ຂອບເຂດ, ຜົນຕຳລາ, ສັງຄະນິດ) ຕາມລຳດັບ ເຊິ່ງອາດມີການປະຍຸກທີ່ຊັບຊ້ອນໜ້ອຍໜຶ່ງ, ແຕ່ລະພາກມີຂໍ້ຍ່ອຍ 3 ຂໍ້ ເຊິ່ງແຕ່ລະຂໍ້ຈະມີຄວາມກ່ຽວເນື່ອງເຊິ່ງກັນ ແລະ ກັນ ນັ້ນກໍຄືແກ້ຂໍ້ທຳອິດໄດ້ ຈະຊ່ວຍໃນການແກ້ຂໍ້ຕໍ່ໆ ໄປໄດ້.

ວິຊາ ຟີຊິກສາດ: ເປັນອີກໜຶ່ງວິຊາທີ່ມີຄວາມສຳຄັນ ບໍ່ນ້ອຍໜ້າກວ່າວິຊາອື່ນໃດ. ໃນບົດເສັງ ຈະມີປະມານ 6–9 ຂໍ້ໃຫຍ່ ເຊິ່ງອາດຈະມີຂໍ້ຍ່ອຍຂໍ້ລະ 2–4 ຂໍ້, ສ່ວນໃຫຍ່ຈະເປັນຮູບແບບອັດຕະໄນ (ຕື່ມສະເພາະຄຳຕອບ) ແຕ່ອາດມີປາລະໄນໜ້ອຍໜຶ່ງ. ສະເພາະໃນວິຊານີ້ ການຕອບເປັນຕົວເລກ ນອກຈາກຈະຕ້ອງຕອບຄ່າທີ່ໄດ້ໃຫ້ຖືກແລ້ວ ຍັງຕ້ອງຕອບເປັນຮູບແບບຈຳນວນຫຼັກສຳຄັນ (Significant Figures) ໃຫ້ຖືກຕາມທີ່ໂຈດກຳນົດອີກ (ປົກກະຕິຈະເປັນຈຳນວນຫຼັກສຳຄັນ 2 ຕົວ) ເຊິ່ງບໍ່ມີໃນຫຼັກສູດລາວ ແຕ່ສາມາດຊອກຄົ້ນໄດ້ໃນອິນເຕີເນັດ. ບົດເສັງຈະປະກອບມີຫຼາຍພາກປະປົນກັນໄປເຊັ່ນ: ກົນລະສາດ (ຄວາມແຮງ, ແຮງງານ-ພະລັງງານ, ການເຄື່ອນທີ່, ຄວາມດຸນດ່ຽງ ແລະ ອື່ນໆ) ການປະກອບສ້າງຂອງກາສ-ຄວາມຮ້ອນ, ຄື້ນ (ແສງ, ສຽງ, ຄື້ນກົນຈັກ) ແລະ ໄຟຟ້າ (ບັນຈຸ, ກະແສກົງ, ແມ່ເຫຼັກ) ແລະ ອື່ນໆ.

ວິຊາ ເຄມີສາດ: ເປັນວິຊາປ່ຽນແທນວິຊາຟີຊິກສາດ ສຳລັບຜູ້ທີ່ຈະເສັງໃນສາຍວັດສະດຸ. ບົດເສັງຈະເປັນຮູບແບບປາລະໄນ 5 ຕົວເລືອກ ມີ 20 ຂໍ້ ແລະ ອອກເກືອບທຸກພາກ ຕາມທີ່ເຮົາໄດ້ຮຽນມາໃນຊັ້ນ ມ.ປາຍ ເຊັ່ນ: ອາໂຕມ-ຕາຕະລາງທາດມູນ, ພັນທະເຄມີ, ກາສ, ການຄິດໄລ່ທາງເຄມີ, ສູດ-ສົມຜົນເຄມີ, ປະຕິກິລິຍາເຄມີ, ການດຸ່ນດ່ຽງເຄມີ, ອາຊິດ-ບາເຊີ, ໄຟຟ້າເຄມີ, ເຄມີອົງຄະທາດ ແລະ ອື່ນໆ.

ວິຊາ ພາສາອັງກິດ: ເປັນວິຊາທີ່ເສັງກ່ອນໝູ່ ແຕ່ບໍ່ມີຄົນໃຫ້ຄວາມສົນໃຈປານໃດ. ບົດເສັງເປັນຮູບແບບປາລະໄນ 4 ຕົວເລືອກ (ຍົກເວັ້ນພາກທີ 2) ໂດຍມີ 4 ພາກຄື:

  • ພາກທີ 1 ເປັນພາກຄຳສັບ-ໄວຍາກອນ (ຕື່ມຄຳ/ວະລີທີ່ຖືກຕ້ອງໃສ່ບ່ອນຫວ່າງ) 30 ຂໍ້.
  • ພາກທີ 2 ເປັນພາກຕື່ມຄຳສັບໃນບົດຄວາມສັ້ນ 2 ບົດຄວາມ (ໃນບົດຄວາມໜຶ່ງ ຈະມີບ່ອນຫວ່າງໃສ່ຄຳຕອບ 10 ບ່ອນ ໃຫ້ເລືອກເອົາຄຳສັບ ຈາກທີ່ມີໃຫ້ 14–15 ຄຳ ຕື່ມໃສ່ໃຫ້ຖືກຕ້ອງ).
  • ພາກທີ 3 ເປັນພາກການອ່ານບົດຄວາມ ແລະ ຕອບຄຳຖາມ ເຊິ່ງມີ 2 ບົດຄວາມ. ແຕ່ລະບົດຄວາມມີ 5 ຄຳຖາມ.
  • ພາກທີ 4 ເປັນພາກການອ່ານບົດຄວາມ 1 ບົດຄວາມ ແລະ ເບິ່ງປະໂຫຍກ 10 ປະໂຫຍກ ວ່າແຕ່ລະປະໂຫຍກທີ່ໃຫ້ມາວ່າຈິງ ຫຼື ບໍ່.

ວິຊາ ພາສາຍີ່ປຸ່ນ: ເປັນວິຊາທີ່ເສັງພຽງເພື່ອໃຫ້ໄດ້ເສັງ ເພາະມັນເກືອບບໍ່ມີຄວາມສຳຄັນ ແຕ່ເປັນການເສັງ ເພື່ອທຽບລະດັບເວລາຮຽນກຽມ (ຖ້າໄດ້ຮັບທຶນ) ແຕ່ຖ້າ. ບົດເສັງເປັນຮູບແບບປາລະໄນ 4 ຕົວເລືອກ, ມີ 3 ພາກໃຫຍ່ ແບ່ງເປັນຂັ້ນຕົ້ນ ຂັ້ນກາງ ແລະ ຂັ້ນສູງ ໂດຍເນັ້ນເອົາຄຳສັບ ແລະ ໄວຍາກອນຕາມລຳດັບ. ແຕ່ລະພາກຈະປະກອບມີ:

  • ພາກທີ 1 ເປັນພາກຕື່ມໃສ່ບ່ອນວ່າງ ມີ 10 ຂໍ້.
  • ພາກທີ 2 ແມ່ນການຊອກຫາຄຳສັບ, ວະລີ ຫຼື ປະໂຫຍກທີ່ຄ້າຍຄືກັນກັບພາກສ່ວນທີ່ຂີດກ້ອງ ມີ 10 ຂໍ້.
  • ພາກທີ 3 ແມ່ນການຕື່ມຄຳ ຫຼື ວະລີ ເຂົ້າໃນບ່ອນວ່າງທີ່ກຳນົດໄວ້ໃນບົດສົນທະນາໃດໜຶ່ງ ມີທັງໝົດ 5 ບົດສົນທະນາ ບົດລະ 1 ບ່ອນວ່າງ.
  • ພາກທີ 4 ແມ່ນການທີ່ເພິ່ນຈະໃຫ້ປະໂຫຍກ ທີ່ຂີດກ້ອງຄຳອ່ານຂອງ kanji ໃດໜຶ່ງໃນຮູບແບບ hiragana (ຜູ້ໃດຮຽນ ຈະຮູ້ດີ) ແລ້ວມີ 4 ຕົວເລືອກ ເຊິ່ງເປັນປະໂຫຍກທີ່ມີສ່ວນຂີດກ້ອງເປັນ hiragana ແລະ ໃຫ້ເຮົາເລືອກເອົາປະໂຫຍກທີ່ມີສ່ວນທີ່ຂີດກ້ອງ ເປັນ kanji ດຽວກັນກັບສ່ວນຂີດກ້ອງຂອງປະໂຫຍກທີ່ກຳນົດໃຫ້ ມີ 5 ຂໍ້.
  • ພາກທີ 5 ເປັນບົດອ່ານ ແລະ ມີຄຳຖາມນຳລວມ 5 ຂໍ້ (ບາງຂັ້ນຈະເປັນ 1 ບົດຄວາມ 5 ຂໍ້ ແລະ ບາງຂັ້ນຈະເປັນ 5 ບົດຄວາມ ບົດຄວາມລະຂໍ້).

ໂດຍລວມແລ້ວ ນອກຈາກວິຊາພາສາຍີ່ປຸ່ນ ທີ່ໃຫ້ເວລາ 2 ຊົ່ວໂມງ, ສ່ວນວິຊາອື່ນໆ ລ້ວນແລ້ວແຕ່ໃຫ້ເວລາພຽງ 1 ຊົ່ວໂມງ ແລະ ເປັນພາສາອັງກິດທັງໝົດ. ສະນັ້ນ ຈະຕ້ອງມີຄວາມຮູ້ພາສາອັງກິດດີໃນລະດັບໜຶ່ງ ເພື່ອສາມາດອ່ານ ແລະ ແກ້ໂຈດບັນຫາທີ່ໃຫ້ມາໄດ້. ສະເພາະພາກຄິດໄລ່ນັ້ນ ຈະຕ້ອງມີຄວາມຮອບຄອບ ແລະ ລະອຽດ ເພື່ອບໍ່ໃຫ້ເກີດຂໍ້ຜິດພາດ ເພາະຕ້ອງແກ້ໃຫ້ວ່ອງໄວ ແລະ ຖືກຕ້ອງ ຈຶ່ງຈະທັນເວລາ ແລະ ປະສົບຜົນສຳເລັດ. ສຳລັບການກະກຽມຂອງເຮົານັ້ນ ນອກຈາກຈະເອົາບົດເສັງມາເບິ່ງແກ້ແລ້ວ ຕ້ອງໄປເບິ່ງທວນຄືນຕາມຫຼັກສູດ ມ.ປາຍ ສະເພາະພາກທີ່ອອກ ເພາະຫຼັກສູດດັ່ງກ່າວໄດ້ກວມເອົາບົດເຝິກຫັດ ແລະ ເນື້ອໃນຕ່າງໆໄວ້ແລ້ວ. ຍົກເວັ້ນພາສາອັງກິດ ທີ່ເນື້ອໃນເລິກ ແລະ ເຂັ້ມຂຸ້ນກວ່າຫຼັກສູດ ມ. ປາຍ ຂອງເຮົາຫຼາຍ. ສະນັ້ນ, ຖ້າຜູ້ໃດກະກຽມໄດ້ກໍກຽມ ແຕ່ຖ້າບໍ່ໄດ້ ກໍບໍ່ເປັນຫຍັງ. ຖ້າຜູ້ໃດມີເງື່ອນໄຂ ຫຼື ຍັງບໍ່ໝັ້ນໃຈໃນຄວາມຮູ້ຂອງຕົນ ກໍລອງຫາບ່ອນຮຽນເພີ່ມເບິ່ງ ເພື່ອຮຽນບຳລຸງ ແລະ ກະກຽມເພີ່ມເຕີມ ແຕ່ເນື່ອງຈາກເຮົາຮຽນກຽມດ້ວຍຕົນເອງ ເຮົາຈຶ່ງບໍ່ສາມາດແນະນຳໃນສ່ວນນີ້ໄດ້. ຖ້າມີຜູ້ຮູ້ຈັກ ທີ່ໄດ້ໄປຮຽນມາ ກໍລອງຖາມເບິ່ງ ສ່ວນໃຫຍ່ຈະຮຽນເພີ່ມຢູ່ແຖວດົງໂດກ (ໃກ້ກັບມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ).

ມາຮອດມື້ເສັງ

ຕາຕະລາງສອບເສັງໃນປີເຮົາ (ປີທຶນ 2021)

ຕາຕະລາງສອບເສັງໃນປີເຮົາ (ປີທຶນ 2021)

ໃນມື້ທີ່ເຮົາເສັງ, ພໍດີຖືກຊ່ວງທີ່ບາງສະຖາບັນ ຈັດສອບເສັງເຂົ້າຮຽນ ແຕ່ກໍບໍ່ໄດ້ເຮັດໃຫ້ນັກສອບເສັງທຶນນີ້ຫຼຸດລົງແມ່ນແຕ່ໜ້ອຍ (ເຖິງຈະຫຼຸດ ກໍບໍ່ຮອດ 10% ຊໍ້າ). ສາຍເຮົາເສັງ ມາເບິ່ງລາຍຊື່ ໂອໂຫ ມີຫຼາຍອີ່ຫຼີ ຕັ້ງ 156 ຄົນ (ສະເພາະຜູ້ເສັງສາຍຟີຊິກຄືເຮົາ ມີຮອດ 91 ຄົນແລ້ວ). ແນ່ນອນວ່າ ມາຖ້າລວມແຕ່ 8 ໂມງ ຕື່ນເຕັ້ນສຸດໆ, ຍັງຕ້ອງມາຊອກຫ້ອງອີກ (ເພິ່ນຫາກມີຜັງໃຫ້ເບິ່ງ) ກ່ອນທີ່ຈະເລີ່ມເຂົ້າຫ້ອງເສັງ 8 ໂມງປາຍ ແລະ ຟັງລະບຽບການສອບເສັງ ແລ້ວ ນັ່ງຖ້າໄປເລື້ອຍໆ ຈົນກວ່າຈະຮອດໂມງເສັງວິຊາທຳອິດ (ໃຜຢາກເຂົ້າຫ້ອງນໍ້າ ໃຫ້ຮີບເຂົ້າກ່ອນເສັງ).

ລະບຽບສອບເສັງໃນປີເຮົາ

ລະບຽບສອບເສັງໃນປີເຮົາ

ວິຊາ ພາສາອັງກິດ: ເປີດວິຊາທຳອິດມາ ເນື້ອໃນຮູບແບບບົດເສັງເໝືອນເດີມ ເພີ່ມເຕີມຄື ການເພີ່ມລະດັບຄວາມຍາກຂຶ້ນກວ່າບົດເສັງເກົ່າຫຼາຍ. ເຮັດໄປ ກໍບໍ່ໝັ້ນໃຈປານໃດ ແຕ່ກໍພໍໄດ້ຢູ່ ບາງພາກເຊັ່ນ ພາກຕື່ມສັບໃນບົດຄວາມ ບາງອັນບໍ່ໄດ້ ກໍເດົາເອົາ, ສ່ວນທີ່ເຫຼືອກໍຕັດຕົວເລືອກທີ່ບໍ່ເຂົ້າກັບໂຈດ ແລ້ວຕອບຕົວທີ່ເຫັນວ່າເໝາະສົມທີ່ສຸດ ເຮັດ (ມົ້ວ) ແລ້ວທັນກ່ອນໝົດເວລາໜ້ອຍໜຶ່ງ, ຕອນເຮັດບົດເສັງທົດລອງ ໄດ້ປະມານ 40–70 ຕອນນີ້ຄາດວ່າອາດຈະໄດ້ປະມານ 45–55 ກໍຄືເຄິ່ງໜຶ່ງຫັ້ນແຫຼະ (ຄະແນນເຕັມ 100).

ວິຊາ ຟີຊິກສາດ: ເປັນວິຊາໜຶ່ງທີ່ສຳຄັນ ແຕ່ເຮົາເອງບໍ່ໝັ້ນໃຈສຸດ ເພາະຕອນເຮັດບົດເສັງ ໄດ້ຄະແນນບໍ່ດີປານໃດ ຕັ້ງແຕ່ 5–75 ຄະແນນ. ເປີດອອກມາ ໂອ ຫຼາຍອັນເລີຍ ງ່າຍກວ່າທີ່ຄິດ ພໍເຮັດໄດ້ຢູ່ ໄດ້ເກືອບໝົດເລີຍ ແຕ່… ອ້າວ ບົດນີ້ບໍ່ເຄີຍອອກມາກ່ອນເລີຍ, ເອົາແລ້ວ ຕ້ອງໄດ້ຮື້ຄວາມຊົງຈຳຕອນຮຽນ ລະນຶກເຖິງສູດ ແລ້ວຂຽນຄຳຕອບໄປ ຕໍ່ມາ ອ້າວຜິດ ຂີດອອກ ຕື່ມໃໝ່ ບາດແລ້ວ ເອົ້າ ອັນເກົ່າຖືກແລ້ວ ຂີດແລ້ວຕື່ມໃໝ່ອີກ ກໍຍັງທັນຢູ່. ສະຫຼຸບ ກໍໄຄກວ່າຫຼາຍໆ ປີຢູ່ ຄິດວ່າ ຢ່າງໜ້ອຍກໍໜ້າຈະໄດ້ 80 (ຄະແນນເຕັມ 100) ເຖິງວ່າຫຼາຍໆ ຄົນຈະວ່າຕ້ອງໃຫ້ໄດ້ 80–85 ຂຶ້ນໄປກໍຕາມ ແຕ່ກໍຄິດວ່າເຮັດດີທີ່ສຸດແລ້ວ ຈຶ່ງອອກມາພັກກິນເຂົ້າ.

ວິຊາ ຄະນິດສາດ: ຫຼັງຈາກທີ່ພະວົງກັບວິຊາຟີຊິກ ຜ່ອນຄາຍໜ້ອຍໜຶ່ງ ກະວ່າຈະຊັດບົດເລກໃຫ້ເຕັມທີ່ກັບທີ່ບໍ່ໝັ້ນໃຈກັບຟີຊິກ. ເປີດເຂົ້າໄປ ຮູ້ສຶກໄດ້ເຖິງກິ່ນອາຍແຫ່ງຄວາມຍາກທີ່ເພີ່ມລະດັບຂຶ້ນໄດ້ຢ່າງຊັດເຈນ ພາກທຳອິດກໍພໍໄດ້ຢູ່, ເຖິງຈະຍາກໜ້ອຍໜຶ່ງ ແຕ່ກໍພໍແກ້ໄດ້ຢູ່ ເຊິ່ງເສຍເວລາຫຼາຍສົມຄວນ ແຕ່ເປີດມາພາກ 2 ມາຕຣິດເຈົ້າເກົ່າ ອານິຈາ ຂໍ້ມາຕຣິດສຸດທ້າຍແກ້ບໍ່ອອກໃນຮູບແບບທີ່ກຳນົດໃຫ້ຈັກເທື່ອ ເຮັດໄປເຮັດມາ ຕັດໃຈຂ້າມໄປພາກສຸດທ້າຍ ແຮ່ງຄັກ ໄດ້ແຕ່ຂໍ້ດຽວ ບໍ່ໝັ້ນໃຈອີກ 2 ຂໍ້ທີ່ເຫຼືອ ຢ່າວ່າແຕ່ໄດ້ຄຳຕອບເລີຍ ແນວທາງການແກ້ກໍງົມບໍ່ໄດ້ອີກ. ສຸດທ້າຍ ແກ້ບໍ່ທັນ ບໍ່ພໍ ເສັງແລ້ວ ເຫັນຫຼາຍຄົນເວົ້ານັ້ນເວົ້ານີ້ ວ່າແກ້ນັ້ນນີ້ແນວໃດ ໂທ ມາທຳຮ້າຍຈິດໃຈຄັກ ເພາະຕອນນັ້ນ ຈາກ 48–82 ຄະແນນທີ່ເຮັດໄດ້ຕອນເສັງ ຕອນນັ້ນ ບໍ່ໝັ້ນໃຈວ່າຕົນເອງຈະໄດ້ຮອດ 60 (ຄະແນນເຕັມ 100) ບໍ່ ແນວຄິດທີ່ວ່າຕົນເອງຈະໄດ້ທຶນ ກໍລອຍວັບໄປກັບສາຍຕາ ເພາະຫຼາຍຄົນທີ່ມາເສັງ ກໍມີແຕ່ຜູ້ເກັ່ງໆ ຄັກໆ ທັງນັ້ນ ສ່ວນໃຫຍ່ໄດ້ປະມານ 80–90 ຂຶ້ນໄປ.

ວິຊາ ພາສາຍີ່ປຸ່ນ: ເມື່ອເຈັບໃຈກັບວິຊາຄະນິດສາດບຶດໜຶ່ງ ກໍໄດ້ເວລາສືບຕໍ່ກັບວິຊາສຸດທ້າຍ ກໍພະຍາຍາມປະຄັບປະຄອງຕົນເອງໃຫ້ເອົາຢູ່. ເນື່ອງຈາກວ່າ ຕົນເອງໄດ້ຫ່າງເຫີນກັບການຮຽນພາສາຕ່າງປະເທດມາດົນເຕີບ ປະມານ 3–4 ປີ ເຮັດໃຫ້ໝົດບົດເສັງ 105 ຂໍ້ ໝັ້ນໃຈແຕ່ພຽງຂໍ້ດຽວເທົ່ານັ້ນ (ຢູ່ໃນຂັ້ນຕົ້ນ) ທີ່ເຫຼືອ ແນ່ນອນວ່າ ເດົາເອົາໄປຕາມຍະຖາກຳ. ເວລາຜ່ານໄປພຽງ 30 ນາທີ, ທຸກຄົນແຫ່ກັນສົ່ງໝົດ.

ຫຼັງຈາກສອບເສັງແລ້ວ

ທຸກຢ່າງ ທີ່ຕິວກັນມາຕະຫຼອດຫຼາຍອາທິດ ຜ່ານພົ້ນໄປພ້ອມໆກັບສາຍລົມ ພ້ອມດ້ວຍຄວາມທຸກໂສກ ທີ່ບໍ່ສາມາດເຮັດໄດ້ຢ່າງເຕັມທີ່ ທັງໆ ທີ່ມີເວລາຫຼາຍ ແລ້ວກໍເສຍດາຍວ່າ ຄືບໍ່ກຽມຕົວກ່ອນ ເພາະຫຼາຍຄົນທີ່ກະກຽມ ຮຽນໄວ້ຢ່າງໜ້ອຍ 1–2 ປີ.

ກ່ອນເສັງແລ້ວ, ທາງສູນສອບເສັງໄດ້ແຈ້ງວ່າ ຜົນເສັງຂຽນຈະອອກໃນ 1 ອາທິດ (ເສັງວັນທີ 5 ປະກາດຜົນວັນທີ 10 ຢູ່ໃກ້ໆ ກັບສູນເສັງເລີຍ) ໄລຍະນັ້ນ ຈຶ່ງເປັນແບບ ບໍ່ເປັນອັນກິນກັນນອນເລີຍ ເພາະວ່າຖ້າຕົນເອງບໍ່ໄດ້ ຈະໄດ້ໄປສຸມໃສ່ກັບຜົນເສັງຂອງສະຖາບັນຕ່າງໆ ໃນປະເທດ ທີ່ໄດ້ໄປເສັງເມື່ອທ້າຍເດືອນສິງຫາທີ່ຜ່ານມາ.

ພໍໃກ້ຮອດມື້ປະກາດຜົນ, ວັນທີ 9 ກັນຍາ ຕົນເອງຍັງນັ່ງຊຶມເສົ້າຢູ່ ຄິດວ່າ ປານໃດຜົນຈະອອກມາ ເຊິ່ງຄິດວ່າອາດຈະບໍ່ມີຊື່ເຮົາແລ້ວ (ເຮົາກະວ່າຈະໄປເບິ່ງຜົນເສັງຕອນວັນທີ 11 ຍ້ອນວ່າມີງານໂຮງຮຽນຕອນເຊົ້າພໍດີ ອີກຢ່າງໜຶ່ງບ່ອນສອບເສັງກໍອ່າວໄກແດ່). ບ່າຍໆ ມາ ຄ້ອຍແລງ 4–5 ໂມງ ເອົາ ມີຄົນສົ່ງມາ ວ່າຜົນເສັງອອກແລ້ວ ຕົນເອງກໍຍັງບໍ່ຢາກເບິ່ງເທື່ອ ເພາະວ່າບໍ່ໄດ້ຄາດຫວັງຫຍັງຫຼາຍແລ້ວ. ສຸດທ້າຍມາ ມີອີກຜູ້ໜຶ່ງ ສົ່ງຜົນເສັງມາ ເຫັນສ່ວນທີ່ມີພາກເຮົາພໍດີ ເຮົາເຫັນ ກໍແບບ ໂອ ປາດໂທ ຍາກຂະໜາດນີ້ ຍັງຟຼຸກຕິດນຳເຂົາເສີຍເນາະ. ຢ່າງໃດກໍດີ ກໍຮູ້ສຶກໄຄແນ່ໄດ້ໜ້ອຍໜຶ່ງ ກ່ອນທີ່ຈະອຸກໃຈກັບການສຳພາດ ທີ່ຈະເກີດຂຶ້ນໃນອີກ 1 ອາທິດ.

ປະກາດຜົນເສັງຂຽນຂອງປີເຮົາ ໃນເພຈຂອງສະຖານທູດ

ປະກາດຜົນເສັງຂຽນຂອງປີເຮົາ ໃນເພຈຂອງສະຖານທູດ

ປີນີ້ ພິເສດ ເພາະເຫັນວ່າມີຜູ້ເສັງໄດ້ ຫຼາຍກວ່າປົກກະຕິ ສະເພາະສາຍເຮົາກໍມີຮອດ 34 ຄົນແລ້ວ (ຟີຊິກ 24 ເຄມີ 10) ຈາກທັງໝົດ 156 ຄົນ (ຟີຊິກ 91 ເຄມີ 65). ເຮັດໃຫ້ຄວາມກົດດັນຍັງຄົງຢູ່. ຢ່າງໃດກໍດີ, ບໍ່ມີການກຳນົດຕາຍຕົວ ວ່າຮອບນີ້ຈະໄດ້ຈັກຄົນ ເພາະມັນຈະອີງຕາມຄະແນນຕົວຈິງຂອງແຕ່ລະຄົນ ວ່າຈະໄດ້ຫຼາຍໜ້ອຍເທົ່າໃດ ສະນັ້ນ, ຈົ່ງເຮັດຄະແນນໃຫ້ສູງສຸດເທົ່າທີ່ຈະເຮັດໄດ້. ການປະກາດຜົນ ຈະປະກາດພຽງແຕ່ເລກທີສອບເສັງ ຕາມລຳດັບໜ້ອຍຫາຫຼາຍ ຂອງຜູ້ທີ່ສອບເສັງຜ່ານເທົ່ານັ້ນ. ສະນັ້ນ, ບໍ່ມີໃຜຮູ້ວ່າໃຜໄດ້ຫຼາຍ ໄດ້ໜ້ອຍ ແລະ ຄົນນອກວົງການ ຈະບໍ່ຮູ້ວ່າ ໃຜແດ່ ທີ່ໄດ້ ຫຼື ບໍ່ໄດ້.

ວັນທີ 10 ກັນຍາ ສະຖານທູດ ໂທແຈ້ງເຮົາໂດຍກົງ (ຜ່ານເບີທີ່ເຮົາໄດ້ຂຽນໄວ້ຕອນສະໝັກ) ວ່າເຮົາເສັງຜ່ານຮອບຂໍ້ຂຽນແລ້ວ ຈາກນັ້ນ ຈຶ່ງໃຫ້ເຮົາໄປທີ່ສະຖານທູດ ເພື່ອໄປເອົາແບບຟອມທາງການມາຂຽນຕື່ມໃສ່ ແລະ ໃຫ້ສົ່ງກ່ອນມື້ສຳພາດ ໂດຍນັດເວລາສຳພາດ ເຊິ່ງພໍດີເປັນອາທິດຕໍ່ໄປ ຄືວັນທີ 16 ກັນຍາ ເປັນຄິວທຳອິດ 8:40 ພໍດີ ຄວາມຕື່ນເຕັ້ນຍິ່ງທະວີຂຶ້ນ (ເວລາໄປສະຖານທູດ ຢ່າລືມຖືບັດປະຈຳຕົວ ຫຼືໜັງສືຜ່ານແດນໄປນຳເດີ ເພາະເພິ່ນກວດ). ຕອນນີ້ກໍບໍ່ມີຫຍັງຫຼາຍ ກໍຄືຫາເວລາຕື່ມແບບຟອມໃຫ້ຄົບຖ້ວນ ໂດຍໃຫ້ຂຽນກ່ຽວກັບຕົນເອງ, ເລືອກສາຂາຮຽນທີ່ຕ້ອງການ (ໄດ້ສູງສຸດ 3 ອັນດັບ ຕາມເງື່ອນໄຂທີ່ໄດ້ກຳນົດ) ແລະ ຕອບຄຳຖາມທີ່ເພິ່ນກຳນົດໃຫ້ໃນແບບຟອມຄື: ເປັນຫຍັງຈຶ່ເລືອກຮຽນສາຂາທີ່ໄດ້ເລືອກ?; ມີຄວາມສົນໃຈອັນໃດກ່ຽວກັບປະເທດຍີ່ປຸ່ນ?; ຈະມີວິທີໃດ ເພື່ອປະກອບສ່ວນໃຫ້ກັບສອງປະເທດ ລາວ-ຍີ່ປຸ່ນ ໃນຖານະທີ່ຈະໄດ້ໄປຮຽນຕ່າງປະເທດ?.

ແບບຟອມນີ້ ຈະເປັນພາສາອັງກິດທັງໝົດ. ສະນັ້ນ, ຕ້ອງມີຄວາມຮູ້ດ້ານອັງກິດໃນລະດັບໜຶ່ງ ເພື່ອຮຽນຮຽງແນວຄວາມຄິດຂອງຕົນເອງ ໃຫ້ໂດດເດັ່ນ. ສົ່ງຟອມແລ້ວ ກໍມາຊ້ອມເບິ່ງຄຳຖາມສຳພາດ, ກວດທັດສະນະຄະຕິ, ພະຍາຍາມໃຫ້ມີຄວາມໝັ້ນໃຈໃນຕົນເອງ ແລະ ບໍ່ເຮັດໃຫ້ຕື່ນເຕັ້ນເກີນໄປ ເທົ່ານີ້ແຫຼະວິທີການກຽມສຳພາດຂອງເຮົາ ເຊິ່ງຈິງໆ ບາງຄົນອາດຈະມີຫຼາຍກວ່ານີ້ອີກ.

ສຳພາດ

ມາຮອດຕັ້ງແຕ່ເວລາ 8 ໂມງ ໂດຍທີ່ມີຄົນອື່ນໆ ທີ່ໄດ້ຄິວຕາມຫຼັງຖ້າກ່ອນແລ້ວ ກໍຢືນຖ້າ ຈົນເຂົ້າມາໃນສະຖານທູດຕອນ 8 ໂມງເຄິ່ງ ຕອນນີ້ ຄວາມຕື່ນເຕັ້ນກໍຍິ່ງເພີ່ມຂຶ້ນມາ (ບອກກ່ອນເລີຍວ່າ ເຮົາເປັນຄົນທີ່ບໍ່ຖືກກັບການສຳພາດປານໃດ ເພາະກ່ອນໜ້ານີ້ ບໍ່ວ່າຈະໄປເສັງ ຫຼື ຄັດເລືອກເຂົ້າອັນໃດ ຖ້າມີສຳພາດ ຄືເຮົາຕົກໝົດ ເລີຍເຮັດໃຫ້ກັງວົນຫຼາຍ) ເມື່ອຮອດໂມງແລ້ວ ພະນັກງານໃນສະຖານທູດຈະເອີ້ນເຂົ້າຫ້ອງສຳພາດ. ປີເຮົາ ຈະມີຜູ້ສຳພາດ 2 ຄົນ ເຊິ່ງເປັນຜູ້ທີ່ຢູ່ໃນສະຖານທູດທັງໝົດ. ການສຳພາດຈະໃຫ້ເວລາ 10 ນາທີຕໍ່ຄົນ ໂດຍໃຊ້ ພາສາອັງກິດເປັນຫຼັກ (ບໍ່ແນະນຳໃຫ້ໃຊ້ພາສາລາວ ແຕ່ຖ້າຜູ້ໃດມີຄວາມສາມາດໃນການເວົ້າພາສາຍີ່ປຸ່ນໄດ້ ໃຫ້ເວົ້າໄປເລີຍ (ຢ່າງໜ້ອຍແນະນຳຕົວໄດ້) ອາດຈະມີໂອກາດຜ່ານຫຼາຍຂຶ້ນ).

ຄຳຖາມສ່ວນໜຶ່ງໃນການສຳພາດ (ນອກຈາກການແນະນຳຕົວ) ຈະປະກອບມີ:

  • ເປັນຫຍັງຈຶ່ງຢາກມາຮຽນທີ່ປະເທດຍີ່ປຸ່ນ?
  • ໄດ້ເລືອກຮຽນສາຂາໃດແດ່? ຍ້ອນຫຍັງຈຶ່ງເລືອກຂະແໜງດັ່ງກ່າວ?
  • ຮູ້ຈັກທຶນນີ້ໄດ້ແນວໃດ?
  • ມີວິທີການກະກຽມທຶນນີ້ແນວໃດແດ່?
  • ເຄີຍໄດ້ໄປປະເທດຍີ່ປຸ່ນມາກ່ອນແລ້ວບໍ?
  • ເຄີຍໄດ້ເສັງນັກຮຽນເກັ່ງບໍ?
  • ກິດຈະກຳທີ່ຕົນເອງເຮັດໃນຍາມຫວ່າງ ມີອັນໃດ?
  • ໄດ້ຮູ້ຈັກວັດທະນະທຳ ຫຼື ຮູ້ຫຍັງກ່ຽວກັບປະເທດຍີ່ປຸ່ນບໍ?
  • ແຜນໃນອະນາຄົດຂອງຕົນເອງ ມີຄືແນວໃດ?

ນອກຈາກນີ້ອາດຈະມີຄຳຖາມອື່ນໆ ອີກ. ຍ້ອນວ່າແຕ່ລະຄົນຈະຖືກສຳພາດພຽງ 10 ນາທີ ຈຶ່ງເຮັດໃຫ້ຜູ້ໜຶ່ງອາດບໍ່ໄດ້ຖືກຖາມຫຼາຍ, ບາງຄົນອາດຖືກຖາມບໍ່ຄືກັນ ແລະ ອາດຈະມີຄຳຖາມໃໝ່ມາຕື່ມ. ໃນການນີ້ ເຮົາຕ້ອງເປັນຕົວຂອງຕົນເອງ ບໍ່ຕື່ນເຕັ້ນຫຼາຍ, ພະຍາຍາມມີ eye contact ແລະ ຕອບຄຳຖາມຕາມຄວາມເປັນຈິງ ແລະ ມີເນື້ອໃນອຸດົມສົມບູນ ພຽງພໍ. ເພາະຮອບສຳພາດ ຈະເປັນສ່ວນທີ່ສຳຄັນ ວ່າຈະໄດ້ໄປຕໍ່ ຫຼື ບໍ່.

(ອີກຢ່າງໜຶ່ງ, ວັນທີ 16 ກັນຍາ 2020 ທີ່ເຮົາໄດ້ໄປສຳພາດນັ້ນ ພໍດີຍີ່ປຸ່ນເລືອກນາຍົກລັດຖະມົນຕີໃໝ່ພໍດີ ແຕ່ເພິ່ນບໍ່ໄດ້ຖາມເຮົາໃນສ່ວນນີ້).

ຫຼັງສຳພາດ

ຫຼັງຈາກສຳພາດແລ້ວ ເຮົາກໍຄິດວ່າ ກໍເຮັດໄດ້ດີໃນລະດັບໜຶ່ງ ແຕ່ອາດຈະຍັງບໍ່ດີເທົ່າທີ່ຄວນ. ຢ່າງໃດກໍຕາມ, ຕົນເອງກໍໄດ້ຄິດຢູ່ວ່າ ຕົນເອງມາຮອດຈຸດນີ້ ກໍໄດ້ມາໄກຫຼາຍແລ້ວ ຢ່າງໜ້ອຍກໍເຮັດໄດ້ເຕັມທີ່ ຖ້າບໍ່ໄດ້ແທ້ໆ ກໍບໍ່ເສຍໃຈປານໃດ ເພາະໄດ້ທຳໃຈຕັ້ງແຕ່ກ່ອນຜົນເສັງອອກແລ້ວ ສິ່ງທີ່ຕົນເອງເຮັດມາທັງໝົດ ກໍຈະມີຄຸນຄ່າ ບໍ່ຫຼາຍກໍໜ້ອຍ ແລ້ວກໍຖ້າຕໍ່ໄປ.

ຈາກນັ້ນມາບໍ່ດົນ, ວັນສຸກທີ 18 ກັນຍາ 2020. ຕອນເຊົ້າມື້ໜຶ່ງ ເວລາປະມານ 9:30 ໃນເວລາທີ່ເຮົາບໍ່ໄດ້ຄິດຫຍັງ ກຳລັງໃຊ້ຊີວິດປົກກະຕິ ດັ່ງບໍ່ມີຫຍັງເກີດຂຶ້ນ. ສຽງໂທລະສັບມາ ອ້າວ ເບີແປກ ເຮົາບໍ່ໄດ້ພົວພັນນຳໃຜນິ ກໍລອງໂທເບິ່ງ ປາກົດວ່າແມ່ນເບີຂອງສະຖານທູດ ຍິ່ງໄປກວ່ານັ້ນ ເພິ່ນໂທມາບອກວ່າ ເຮົາຜ່ານສຳພາດແລ້ວ ເຮົາກໍດີໃຈໄດ້ໃນລະດັບໜຶ່ງ ແຕ່ບໍ່ຫຼາຍ ເພາະຍັງມີຮອບສຸດທ້າຍ ອັນມະຫາໂຫດອີກ.

ຜົນສຳພາດໃນປີເຮົາ

ຜົນສຳພາດໃນປີເຮົາ

ໃນຮອບນີ້ ຄົນສຳພາດໄດ້ ເຫຼືອໜ້ອຍລົງໄປເຄິ່ງໜຶ່ງຂອງທັງໝົດທີ່ເສັງຜ່ານ ສາຍເຮົາ ຈາກ 34 ຄົນ (ຟີຊິກ 24 ເຄມີ 10) ຫຼຸດເຫຼືອພຽງ 15 ຄົນເທົ່ານັ້ນ (ຟີຊິກ 9 ເຄມີ 6) ຖືວ່າຕົນເອງໂຊກດີຫຼາຍທີ່ຜ່ານມາຮອດຂັ້ນນີ້ໄດ້.

ຮອບສຸດທ້າຍ (ສູນກາງຄັດເລືອກ)

ຕໍ່ມາ ສະຖານທູດກໍແຈ້ງໃຫ້ເຮົາ ກະກຽມຍື່ນເອກະສານເພີ່ມເຕີມ ຖ້າຜູ້ໃດຂຽນຟອມແລ້ວມີບັນຫາ ເພິ່ນຈະສົ່ງໃຫ້ໄປແກ້ໄຂຄືນ.

ເອກະສານທີ່ກຳນົດໃຫ້ສົ່ງ ຈະປະກອບມີ:

  • ໃບຄະແນນໝົດປີ (3 ປີຂອງຊັ້ນ ມ.ປາຍ: ມ.5, ມ.6, ມ.7) ແລະ ໃບຢັ້ງຢືນການສຶກສາຂອງໂຮງຮຽນທີ່ຈົບມາ (ໄປຂໍໄວແດ່ກໍດີ ເພາະວ່າບາງບ່ອນໃຊ້ເວລາດົນຫຼາຍ ບາງຄັ້ງຫຼາຍກວ່າ 1 ອາທິດ) ຖ້າເປັນນັກສຶກສາ ໃຫ້ເອົາຄະແນນທັງໝົດທີ່ມີ ຈົນຮອດພາກຮຽນປັດຈຸບັນຕື່ມ.
  • ໃບແນະນຳຕົນເອງ (ຈະໃຊ້ຮູບແບບຂອງສະຖານທູດໃຫ້ ຫຼື ກຳນົດເອົາເອງກໍໄດ້) ໂດຍຜູ້ອຳນວຍການໂຮງຮຽນທີ່ຈົບມາ ສຳລັບນັກຮຽນ ຫຼື ຫົວໜ້າພາກວິຊາ ສຳລັບນັກສຶກສາ.
  • ໃບປະກາສະນິຍະບັດ ແລະ ໃບຄະແນນ ຈົບຊັ້ນມັດທະຍົມສຶກສາຕອນປາຍ ຈາກພະແນກສຶກສາທິການ ແລະ ກິລາ ທີ່ໂຮງຮຽນສັງກັດຢູ່.
  • ໃບກວດສຸຂະພາບ ຕາມຟອມຂອງສະຖານທູດກຳນົດໃຫ້ເທົ່ານັ້ນ ແຕ່ບໍ່ຈຳກັດໂຮງໝໍ ຂໍແຕ່ໃຫ້ຄົບຕາມເນື້ອໃນການກວດກໍໍພໍ.
  • ສຳລັບຜູ້ທີ່ມີເງື່ອນໄຂ: ໃບຢັ້ງຢືນລະດັບພາສາອັງກິດ (TOEFL/IELTS) ຫຼື ພາສາຍີ່ປຸ່ນ (JLPT).

ເອກະສານທັງໝົດຈະຕ້ອງເປັນພາສາອັງກິດ ແລະ ສົ່ງສະຖານທູດພາຍໃນເວລາທີ່ກຳນົດໄວ້. ແຕ່ລະສະບັບທີ່ອອກ ຈະຕ້ອງສົ່ງສະບັບແທ້ 1 ສະບັບ ພ້ອມດ້ວຍສຳເນົາ 2 ສະບັບ (ຍົກເວັ້ນໃບຢັ້ງຢືນພາສາ ໃຫ້ສົ່ງສຳເນົາ 3 ສະບັບ). ໃນຂັ້ນຕອນນີ້ເປັນຂັ້ນຕອນທີ່ອ່າວເມື່ອຍແດ່ ເພາະຕ້ອງໄປມາພົວພັນຫາຫຼາຍບ່ອນ ເຊິ່ງໄລຍະນີ້ຍັງເປັນໄລຍະລົງທະບຽນເຂົ້າມະຫາວິທະຍາໄລອີກ. ແນະນຳວ່າ ຖ້າຄິດວ່າຕົນເອງຈະຜ່ານ ແມ່ນໃຫ້ຂໍເຮັດເອກະສານເຫຼົ່ານີ້ໄວ້ກ່ອນໂລດ. ເວລາຈະໄປຂໍ ກໍໃຫ້ສຶກສາລາຍລະອຽດ ວ່າຕ້ອງກຽມເອກະສານໃດແດ່ ເພື່ອຍື່ນຂໍໃນແຕ່ລະສ່ວນ.

ເມື່ອໄດ້ເອກະສານ ແລະ ສຳເນົາ ຄົບຕາມກຳນົດແລ້ວ ຈຶ່ງມາສົ່ງສະຖານທູດ ເພື່ອກວດສອບ ແລ້ວ ເພິ່ນຈະນຳສົ່ງໃຫ້ກະຊວງສຶກສາຯ ຂອງຍີ່ປຸ່ນ ເພື່ອພິຈາລະນາໃນຮອບສຸດທ້າຍ ເຊິ່ງເປັນສິ່ງທີ່ອ່າວກົດດັນຫຼາຍແດ່ ເພາະເປັນເຈົ້າຂອງທຶນ ທີ່ດຳເນີນການຄັດເລືອກເອງ.

ເວລາທີ່ລໍຄອຍມາດົນແສນດົນ

ເມື່ອສົ່ງເອກະສານແລ້ວ ພາຍໃນຕົ້ນເດືອນຕຸລາ 2020 ເຮົາກໍລໍຖ້າ ແລະ ຮຽນຢູ່ໃນມະຫາວິທະຍາໄລແຫ່ງຊາດ ໄປເລື້ອຍໆ ໂດຍໄດ້ຕິດຕາມຂ່າວສານ ທັນເຫດການໄປພ້ອມກັນ. ຕອນນັ້ນກໍຮູ້ສຶກກັງວົນພໍສົມຄວນ ເພາະຢ້ານວ່າ ຖ້າພະຍາດລະບາດແຮງ ອາດເຮັດໃຫ້ທຶນ ຖືກໂຈະໄປໝົດ.

ລໍຄອຍໄປເລື້ອຍໆ ຈົນຮອດປະມານຕົ້ນເດືອນກຸມພາຂອງປີໃໝ່, ລະຫວ່າງນັ້ນ ກໍບໍ່ຫວັງຫຍັງປານໃດ ເພາະມັນກາຍເວລາມາຫຼາຍແລ້ວ ແລະ ກໍໃຫ້ຈະຮອດເວລາເສັງທ້າຍພາກຂອງພາກຮຽນ 1 ອີກ.

ຈົນມາຮອດວັນທີ 5 ກຸມພາ ຂອງປີ 2021, ເຮົາກໍໄປຊື້ເຄື່ອງມາແຕ່ເຊົ້າ ກັບມາກໍນອນພັກຜ່ອນເພາະເມື່ອຍ. ເວລາມາຮອດໃກ້ທ່ຽງ 11:45 ມີໂທລະສັບມາ ອ້າວ ນັ້ນເບີ ສະຖານທູດມາ ດີໃຈໃນລະດັບໜຶ່ງ ເມື່ອເພິ່ນເວົ້າວ່າ ທາງນັ້ນຮັບຮອງເອົາເຮົາເພື່ອຮັບທຶນແລ້ວ ຕອນນັ້ນ ຮູ້ສຶກວ່າ ຄວາມພະຍາຍາມທັງໝົດ ທີ່ໄດ້ສະສົມມາ ໃນທີ່ສຸດກໍເກີດດອກອອກຜົນມາແລ້ວ.

ປີນີ້ເປັນປີໜຶ່ງທີ່ພິເສດ ແລະ ຜິດຄາດ ເພາະເຖິງວ່າໄລຍະນັ້ນ ປະເທດຍີ່ປຸ່ນຈະເກີດພະຍາດລະບາດຮຸນແຮງ ແຕ່ນັກສຶກສາລາວ ທີ່ຜ່ານການສອບເສັງສຳພາດໄດ້ ຜ່ານການຄັດເລືອກໃຫຍ່ມາທຸກຄົນເລີຍ. ນັ້ນກໍຄື ໃນສາຍເຮົາ ມີຜູ້ຜ່ານທັງໝົດ 15 ຄົນຖ້ວນ ເຊິ່ງຫຼາຍກວ່າປີກ່ອນໆ ຢ່າງຊັດເຈນ.

ສະຖິຕິຜູ້ທີ່ໄດ້ຮັບທຶນໃນແຕ່ລະປີ (ຫຼາຍໜ້ອຍຂຶ້ນກັບຄວາມສາມາດຕົວຈິງໃນແຕ່ລະປີ)

ສະຖິຕິຜູ້ທີ່ໄດ້ຮັບທຶນໃນແຕ່ລະປີ (ຫຼາຍໜ້ອຍຂຶ້ນກັບຄວາມສາມາດຕົວຈິງໃນແຕ່ລະປີ)

ຫຼັງຈາກນັ້ນມາໄລຍະໜຶ່ງ ຊ່ວງທ້າຍເດືອນກຸມພາສະຖານທູດກໍນັດໃຫ້ທຸກຄົນທີ່ໄດ້ທຶນ ມາລວມກັນ ເພື່ອປະຖົມນິເທດ ແລະ ແນະນຳບາງຂໍ້ທີ່ຄວນຮູ້ກ່ອນອອກເດີນທາງ.

ຈາກນັ້ນ, ກໍໄດ້ໄປເຮັດຂໍ້ຕົກລົງອະນຸມັດນັກສຶກສາຮຽນທີ່ຕ່າງປະເທດ ແລະ ຈັດການກັບສິ່ງທີ່ຄ້າງຄາຢູ່ໃຫ້ຮຽບຮ້ອຍ ເພື່ອຄອງຄອຍເວລາໃນການອອກເດີນທາງຕົວຈິງ ເພາະສະຖານະການຍັງບໍ່ປົກກະຕິ ເລີຍເຮັດໃຫ້ເຮົາໄດ້ມີໂອກາດຂຽນບົດຄວາມນີ້ອອກມາ (ເລື່ອນມາດົນນນນເຕີບບບບບ).

ແລະທັງໝົດກໍແມ່ນການແບ່ງປັນປະສົບການ ເທົ່າທີ່ມີມາໃນການຄວ້າທຶນອັນຊົງຄຸນຄ່ານີ້.

ຍ້ອນວ່ານີ້ແມ່ນການຂຽນບົດຄວາມຣີວິວ ຄັ້ງທຳອິດ. ສະນັ້ນ, ມັນອາດຈະມີຂໍ້ຜິດພາດຫຼາຍແດ່ ກໍຂໍອະໄພມາໃນທີ່ນີ້ດ້ວຍ. ຫາກມີຂໍ້ສະເໜີອັນໃດ ເຮົາກໍຍິນດີທີ່ຈະຮັບ ແລະ ພິຈາລະນາສຳລັບບົດຂຽນຕໍ່ໄປ. ຖ້າມີຄຳຖາມ, ຂໍ້ສົງໄສຫຍັງ ກໍສາມາດສອບຖາມມາໄດ້ ເພື່ອເປັນປະໂຫຍດ ແລະ ໃຫ້ຄອບຄຸມເນື້ອໃນຕື່ມ.

ແລ້ວພົບກັນໃໝ່ ໃນເວລາຕໍ່ໄປກັບ ບົດຄວາມທີ່ ພິລຶກສຸດໆ ໄດ້ ທີ່ນີ້.


메타데이터
post_id
71e02eb458e1
slug
ກວ່າຈະເປັນນັກຮຽນທຶນລັດຖະບານຍີ່ປຸ່ນ-ຊັ້ນສູງ-mext-ສະບັບປີ-2021-71e02eb458e1
url
https://medium.com/@medw-thanasine-chaleunkit/%E0%BA%81%E0%BA%A7%E0%BB%88%E0%BA%B2%E0%BA%88%E0%BA%B0%E0%BB%80%E0%BA%9B%E0%BA%B1%E0%BA%99%E0%BA%99%E0%BA%B1%E0%BA%81%E0%BA%AE%E0%BA%BD%E0%BA%99%E0%BA%97%E0%BA%B6%E0%BA%99%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%9A%E0%BA%B2%E0%BA%99%E0%BA%8D%E0%BA%B5%E0%BB%88%E0%BA%9B%E0%BA%B8%E0%BB%88%E0%BA%99-%E0%BA%8A%E0%BA%B1%E0%BB%89%E0%BA%99%E0%BA%AA%E0%BA%B9%E0%BA%87-mext-%E0%BA%AA%E0%BA%B0%E0%BA%9A%E0%BA%B1%E0%BA%9A%E0%BA%9B%E0%BA%B5-2021-71e02eb458e1
canonical_url
https://medium.com/@medw-thanasine-chaleunkit/%E0%BA%81%E0%BA%A7%E0%BB%88%E0%BA%B2%E0%BA%88%E0%BA%B0%E0%BB%80%E0%BA%9B%E0%BA%B1%E0%BA%99%E0%BA%99%E0%BA%B1%E0%BA%81%E0%BA%AE%E0%BA%BD%E0%BA%99%E0%BA%97%E0%BA%B6%E0%BA%99%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%9A%E0%BA%B2%E0%BA%99%E0%BA%8D%E0%BA%B5%E0%BB%88%E0%BA%9B%E0%BA%B8%E0%BB%88%E0%BA%99-%E0%BA%8A%E0%BA%B1%E0%BB%89%E0%BA%99%E0%BA%AA%E0%BA%B9%E0%BA%87-mext-%E0%BA%AA%E0%BA%B0%E0%BA%9A%E0%BA%B1%E0%BA%9A%E0%BA%9B%E0%BA%B5-2021-71e02eb458e1
author_url
https://medium.com/@medw-thanasine-chaleunkit
status
ok
fetched_at
2026-07-28 07:38:09