← Back to list

CompTIA Security+(SY0–701) ສະບັບນັກສຶກສາ

1. ຍິນດີທີ່ໄດ້ຮູ້ຈັກ!

YANG Vicky · 2026-08-19 18:49 · 0 claps · 4.1 min read
#security #cybersecurity #comptia-security-plus #it-security #exam-preparation
Open on Medium ↗
Wiki topics: 🔒 · Cybersecurity

CompTIA Security+(SY0–701) ສະບັບນັກສຶກສາ

1. ຍິນດີທີ່ໄດ້ຮູ້ຈັກ!

ບາຍດີທຸກຄົນ! ເຮົາຊື່ ວິກກີ່ ຢ່າງ ນັກສຶກສາປີ 4 ຈາກພາກວິຊາ ວິສະວະກຳຄອມພິວເຕີ ແລະ ໄອທີ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ.

ກ່ອນອື່ນເລີຍ ພື້ນຖານຂອງເຮົາກໍຄື ເດັກTech/ນັກສຶກສາ IT ທົ່ວໄປ ທີ່ຫຼົງໄຫຼໃນໂລກຂອງ Cybersecurity ເປັນພິເສດ!(ເພາະເບີ່ງວ່າມັນເທ່ 😂 ໂຫ່!! ເປັນHacker ຊັ້ນນະ). ເຊິ່ງເຮົາເລີ່ມຕົ້ນຕັ້ງແຕ່ການຮຽນ, ລຸຍເຮັດ Lab ຕ່າງໆ ແລະໃນຊ່ວງນັ້ນ ອາຈານ ໄດ່ສ້າງຊົມລົມໄຫມ່ ພາຍໃນພາກວິຊາ ກໍຄື CEIT Cybersecurity Club ເຊິ່ງເຮົາກໍບໍ່ລໍຊ້າ, ຈັດໂລດ! ໄດ້ເຂົ້າເປັນ ສະມາຊີກ Gen 1 (ປັດຈຸບັນ 2026 ຮອດ Gen4 ລະ) ເຊີ່ງຫລັງຈາກນັ້ນກະໄດ້ ລົງແຂ່ງ CTF ຢ່າງຕໍ່ເນື່ອງ ຈົນໄດ້ເຂົ້າມາຮູ້ຈັກ ກັບ ກຸ້ມ Lao Hacker Community ເຊີ່ງບອກເລີຍມີແຕ່ຄົນຕືງໆທັ້ງນັ້ນ.

ຝາກໄປກົດ ຕິດຕາມໃຫ້ແດ່ເດີ້

ຝາກໄປກົດ ຕິດຕາມໃຫ້ແດ່ເດີ້

ຈາກນັ້ນມາເຮົາໄດ້ຄຸກຄີກັບວົງການ Cybersecurity ໃນລາວມາຕະຫຼອດ 4 ປີເຕັມ. ເອົາສະຫລຸບຫຍໍ້ໆ ຊ່ຳນີ້ກ່ອນ ເພາະຖ້າເລົ່າມັນຈະຍາວ (ໄວ້ມີເວລາສິມາແຊຣ໌ເພີ່ມ!). ເພາະສຳລັບມື້ນີ້, ເຮົາຢາກມາແຊຣ໌ Insight ແລະ ປະສົບການການກຽມໂຕສອບເສັງ Certificate ລະດັບສາກົນໂຕໜຶ່ງ ທີ່ບອກເລີຍວ່າ “ໂຄດຄຸ້ມ” ແຕ່ກໍຕ້ອງແລກມາດ້ວຍຄວາມພະຍາຍາມບໍ່ນ້ອຍ!

2. CompTIA Security+ (SY0–701) ມັນຄືຫຍັງກັນແທ້?

ຖ້າເວົ້າເຖິງ Certificate ສາຍ Cybersecurity ທີ່ HR ແທບຈະຮູ້ກັນທົ່ວໂລກ ແນວໃດກໍຕ້ອງມີຊື່ CompTIA Security+ ຢູ່ໃນ Top List ແນ່ນອນ!

  • CompTIA ແມ່ນຫຍັງ? ເປັນອົງກອນລະດັບສາກົນທີ່ອອກໃບວັດລະດັບທັກສະ IT ແບບ Vendor-Neutral (ບໍ່ໄດ້ຢຶດຕິດກັບຄ່າຍໃດຄ່າຍໜຶ່ງ ເຊັ່ນ: Cisco ຫຼື Microsoft) ເຊີ່ງສາມາດເອົາຄວາມຮູ້ນີ້ໄປປັບໃຊ້ໄດ້ກັບທຸກລະບົບ.
  • Sec+ SY0–701 ແມ່ນຫຍັງ? ມັນຄື Certificate ວັດຄວາມຮູ້ພື້ນຖານດ້ານຄວາມປອດໄພໄຊເບີ ເຊິ່ງ SY0–701 ເປັນເວີຊັນລ້າສຸດ ທີ່ອັບເດດໃຫ້ທັນກັບ Threat Landscape ຍຸກນີ້ທີ່ເນັ້ນເລື່ອງ Cloud Security, ລະບົບ Zero Trust Architecture, ແລະ ການຮັບມືກັບໄພຄຸກຄາມໃໝ່ໆ.
  • ແລ້ວເສັງຟຣີບໍ? ບອກເລີຍວ່າ “ໂຄ້ດແພງ!” ຄ່າ Exam Voucher ຢ່າງດຽວຕົກຢູ່ທີ່ປະມານ $425 USD (ເກືອບ 10 ລ້ານກີບ!). ຖືວ່າເປັນເງິນກ້ອນໃຫຍ່ຫຼາຍສຳລັບນັກສຶກສາ.

💡 ແຕ່~ເຮົາມີ Sponsor ໃຈດີ

ເນື່ອງຈາກວ່າເຮົາໄດ້ຮັບທືນສະໜັບສະໜູນ ຈາກໂຄງການ BCAP (by APNIC Foundation) ທີ່ຊ່ວຍ Cover ທັງຄ່າຮຽນ(Udemy) ແລະ ຄ່າເສັງ Voucher ໃຫ້! ມັນເລີຍເປັນໂອກາດປັງໆ ທີ່ເຮົາຕ້ອງຕັ້ງໃຈລຸຍໃຫ້ຜ່ານໃນຮອບດຽວ. ເຊິ່ງເລື່ອງນີ້ກະເປັນເລື່ອງທີ່ຍາວຄືກັນໃນການສະມັກທືນໂຕນີ້ ຕັ້ງແຕ່ ເປັນ Fellowship ກັບ APNIC (ບອກເລີຍວ່າAPNIC ຄືຜູ້ໃຫ້ NO.1)

3. ແລ້ວນັກຮຽນ “ເໝາະສົມ” ທີ່ຄວນຈະເສັງບໍ? (Official Requirements vs Reality)

ຖ້າຕາມ Official Recommendation ຂອງ CompTIA ເຂົາເຈົ້າລະບຸໄວ້ວ່າ:

“ຄວນມີໃບຮັບຮອງ CompTIA Network+(ມີຄວາມຮູ້ດ້ານ Network) ແລະ ມີປະສົບການເຮັດວຽກດ້ານ IT Administration ທີ່ເນັ້ນ Security ຢ່າງນ້ອຍ 2 ປີ.”

ແຕ່ໃນຄວາມເປັນຈິງ (Reality Check):

ນັກສຶກສາ ຫຼື ເດັກຈົບໃໝ່ແບບເຮົາ ເສັງໄດ້ບໍ? ຄຳຕອບ ຄື: ເສັງໄດ້! ເພາະການສອບເສັງບໍ່ໄດ້ບັງຄັບວ່າຕ້ອງມີຫຍັງມາຢັ້ງຢືນ. ຖ້າເຮົາມີຄວາມຕັ້ງໃຈຮຽນຮູ້ ແລະ ປູພື້ນຖານ Network/Security ໃຫ້ດີ, ນັກສຶກສາກໍສາມາດຜ່ານໄດ້ຄືກັນ.(ຖ້າຫາກວ່າມີງົບ ຫລື Sponsors)

ຜົນລັບທີ່ຄາດວ່າຈະໄດ້ຮັບ (For What?): (ອັນນີ້ ຈາກປະສົບການທີ່ໄດ້ອ່ານ,ໄດ້ຟັງແລະໄປຫາມາ)

  • Proof of Knowledge: ຢັ້ງຢືນວ່າເຮົາບໍ່ໄດ້ມີດີແຄ່ຄວາມຮູ້ໃນຫ້ອງຮຽນ ແຕ່ເຮົາເຂົ້າໃຈ Concept ລະບົບ Security ລະດັບສາກົນຈິງ.
  • Fast-Pass ໃນການຮຽກ Interview: HR ຫຼາຍບ່ອນໃຊ້ Cert ນີ້ເປັນ Filter ທຳອິດ. ມີ Cert = ໂອກາດໄດ້ເປີດປະຕູສຳພາດສູງກວ່າ.
  • ຖານເງິນເດືອນ & ຄ່າໂຕ: ເປັນ Profile ທີ່ດີໃນການຕໍ່ລອງເງິນເດືອນ ແລະ ຕຳແໜ່ງງານໃນອະນາຄົດ.

4. ເນື້ອຫາຫຼັກ 5 Domains (SY0–701)

ຂໍ້ສອບ SY0–701 ແບ່ງອອກເປັນ 5 ເນື້ອຫາຫຼັກ ທີ່ມີຄວາມເຂັ້ມຂຸ້ນຕ່າງກັນ:

  1. General Security Concepts (12%): ພື້ນຖານ Security ທັງໝົດ! ເລີ່ມຕັ້ງແຕ່ CIA Triad (Confidentiality, Integrity, Availability), ລະບົບ AAA (Authentication, Authorization, Accounting), ໄປຈົນເຖິງ Cryptography (Symmetric/Asymmetric encryption, Hashing).
  2. Threats, Vulnerabilities, & Mitigations (22%): ເຈາະເລິກລາຍລະອຽດຂອງໄພຄຸກຄາມ! ເຊັ່ນ: Social Engineering (Phishing, Spear Phishing), Malware Types (Ransomware, Trojans, Rootkits), Vulnerability Scanning ແລະ ວິທີການ Mitigate/ປ້ອງກັນ.
  3. Security Architecture (18%): ການອອກແບບ Architecture ທີ່ຕ້ອງຄຳນືງເຖິງຄວາມປອດໄພ ເຊັ່ນ: Network Segmentation, Cloud Security Models, ລະບົບ Zero Trust (“Never Trust, Always Verify”) ແລະ ການເຮັດ High Availability / Redundancy.
  4. Security Operations (28%): ຝ່າຍປະຕິບັດການຈິງ! ຈັດເຕັມເລື່ອງ Incident Response lifecycle, ການວິເຄາະ Logs (SIEM), Digital Forensics ພື້ນຖານ, ແລະ ການໃຊ້ Security tools ຕ່າງໆ.
  5. Security Program Management & Oversight (20%): ສາຍ Governance & Risk! ເລື່ອງ Risk Management, Compliance (GDPR, PCI-DSS), Regulations, ບົດບາດຂອງ Privacy, ແລະ Governance Frameworks.

SY0–601 VS SY0–701

SY0–601 VS SY0–701

5. ຮູບແບບຂອງການເສັງ

ມາເບິ່ງ ຮູບແບບຂອງຂໍ້ສອບ ກັນກ່ອນວ່າ ຕ້ອງເຈີກັບຫຍັງແດ່:

  • ຈຳນວນຂໍ້ສອບ: ສູງສຸດບໍ່ເກີນ 90 ຂໍ້ (ເປັນປະສົມກັນລະຫວ່າງ Multiple Choice ແລະ Performance-Based Questions).
  • ໄລຍະເວລາ: 90 ນາທີ (ບອກເລີຍວ່າ ຕ້ອງບໍລິຫານເວລາໃຫ້ດີ!).
  • ເກນການຜ່ານ: 750 / 900 ຄະແນນ (ຄິດໄລ່ເປັນ Scale 100–900).

ຮູບແບບຂໍ້ສອບ:

  1. Multiple Choice: ປົກກະຕິ (ເລືອກ 1 ຂໍ້ ຫຼື ຫຼາຍຂໍ້).
  2. Performance-Based Questions (PBQs): ເປັນຂໍ້ສອບແນວ Simulation/Lab ທີ່ໃຫ້ເຮົາຈັດການ Scenario ຈິງ (ເຊັ່ນ: Configure Firewall, ຈັດ Layer Network ຫຼື Incident Response). ແນະນຳໃຫ້ເຮັດ PBQ ທ້າຍສຸດ ເພາະໃຊ້ເວລາຫຼາຍ!

ແລ້ວເລືອກເສັງຢູ່ໃສດີ? (Online vs Testing Center)

ປົກກະຕິການເສັງ CompTIA ຈະມີ 2 ທາງເລືອກ ຄື: ເສັງຢູ່ Testing Center ຫຼື ເສັງ Online ຢູ່ເຮືອນ/ຫ້ອງ.

ແຕ່ຍ້ອນຢູ່ ປະເທດລາວ ເຮົາຕອນນີ້ຍັງບໍ່ມີ Testing Center ຂອງ Pearson VUE ຢ່າງເປັນທາງການ ເຮົາເລີຍຕ້ອງເລືອກເສັງແບບ Online ຢູ່ຫ້ອງໂຕເອງ! ເຊິ່ງການເສັງ Online ບອກເລີຍວ່າກົດເຂັ້ມງວດຫຼາຍ:

  • ຖ່າຍຮູບເຊັກຫ້ອງ 4 ດ້ານ: ກ່ອນເລີ່ມເສັງ ຕ້ອງໃຊ້ໂທລະສັບຖ່າຍຮູບຫ້ອງເຮົາທັງ 4 ດ້ານ (ໜ້າ, ຫຼັງ, ຊ້າຍ, ຂວາ) ແລະ ຖ່າຍຮູບໂຕະເສັງ ເພື່ອສົ່ງໃຫ້ລະບົບກວດ.
  • ໂຕະຕ້ອງສະອາດ 100%: ບົນໂຕະຫ້າມມີເຈ້ຍ, ບິກ, ໂທລະສັບ, ຈໍທີສອງ (Second Monitor) ຫຼື ສິ່ງຂອງອື່ນໆ ເດັດຂາດ.
  • ກວດສອບຜ່ານ Webcam & Mic: ເຮົາຕ້ອງເປີດ ກ້ອງ ແລະ ໄມ ເພື່ອໃຫ້ Procter (ຄົນກວດຂໍ້ສອບ) ເຝົ້າເບິ່ງເຮົາຕະຫຼອດ 90 ນາທີ. ບາງເທື່ອ Procter ອາດຈະໃຫ້ເຮົາຍົກ Laptop ໝູນກ້ອງໃຫ້ເບິ່ງອ້ອມຫ້ອງອີກຮອບ.
  • ຫ້າມເວົ້າ ຫຼື ຫັນໜ້າອອກຈາກຈໍ: ຫ້າມອອກສຽງ, ຫ້າມເອົາມືປົກປາກ, ແລະ ຫ້າມຫຼຽວໄປທາງອື່ນ ເພາະອາດຖືກເຕືອນ ຫຼື ຖືກຍົກເລີກການເສັງ (Revoke) ທັນທີ!
  • ຕ້ອງຢູ່ຄົນດຽວ: ຫ້າມມີຄົນອື່ນຍ່າງມາ ຫຼື ມີສຽງຄົນເວົ້າຢູ່ອ້ອມຂ້າງເດັດຂາດ.

ນີ້ຄືໂຕະທີ່ກຽມໄວ້ເສັງໂດຍສະເພາະ 555+

ນີ້ຄືໂຕະທີ່ກຽມໄວ້ເສັງໂດຍສະເພາະ 555+

ພາຍຫຼັງຈາກການຕັ້ງໃຈກຽມໂຕ, ໃນທີ່ສຸດເຮົາກໍເສັງຜ່ານດ້ວຍຄະແນນ 849 / 900! (ຄະແນນເກນຜ່ານຄື 750). ເປັນຄະແນນທີ່ເກີນຄວາມຄາດໝາຍ ແລະ ຍົກຄວາມເຄັ່ງຕຶງອອກຈາກອົກເລີຍ. (ມັນແນັ້ນອົກ! ຕ້ອງຍົກອອກ!)

ເສັງຜ່ານປຸບ ໄປຫມໍ້ນ້ອຍຕໍ່ປັບເລີຍຍ

ເສັງຜ່ານປຸບ ໄປຫມໍ້ນ້ອຍຕໍ່ປັບເລີຍຍ

6. ການກຽມໂຕສອບເສັງ & ແບ່ງເວລາ

ມາຮອດ Part ປະສົບການຈິງ… ຊ່ວງທີ່ເຮົາກຽມໂຕສອບເສັງ CompTIA Sec+ ມັນເປັນຊ່ວງດຽວກັນກັບທີ່ເຮົາຕ້ອງ ເຮັດບົດຈົບ (Thesis) ໄປພ້ອມໆກັນ! ບອກເລີຍວ່າ “ຫົວຈະປວດ ແລະ ຕຶງຄຣຽດໃຊ້ໄດ້” ເພາະຕ້ອງສະຫຼັບ Brain Mode ຕະຫຼອດເວລາ.

ເຮົາໃນຊ່ວງນັ້ນ

ເຮົາໃນຊ່ວງນັ້ນ

ເຕັກນິກການຈັດການຂອງເຮົາ:

  • ບໍ່ອັດ Fast-Track ມື້ລະຫຼາຍຊົ່ວໂມງ: ເຮົາໃຊ້ວິທີອ່ານ — ເບິ່ງວິດີໂອມື້ລະ 2–3 ຊົ່ວໂມງ ຫຼັງຈາກລຸຍບົດຈົບແລ້ວ. ເນັ້ນ Consistency (ຄວາມຕໍ່ເນື່ອງ) ດີກວ່າ, ບອກເລີຍອ່ານຈົນຫລອນ 555+.
  • ແຫຼ່ງຮຽນທີ່ໃຊ້:Udemy (BCAP Provided): ເບິ່ງຄອດຫຼັກ ແລະ ຝຶກເຮັດ Mock Exam ຈາກ Udemy ພະຍາຍາທຳຄວາມເຂົ້າໃຈແຕ່ລະຫົວຂໍ້ ແລະ ອ່ານຄຳຖາມໃຫ້ລະອຽດວ່າເຂົາຕ້ອງການຫຍັງແທ້ ແລະ ຕ້ອງເຂົ້າໃຈ ໃນການຕັດ choices ນຳ ກັບ ຮູ້ສືກວ່າຢູ່ Mock Exam ແມ່ນຍາກກວ່າຢູ່ ເສັງຕົວຈີງແຮງ😂.
  • ໃຊ້ AI ຊ່ວຍ: ໃນການຖາມຕອບນຳມັນວ່າ ຖ້າເຫດການແບບນີ້ເຮົາຄວນເລືອກຫຍັງ, ເຮັດຫຍັງ(ບາງເທື່ອກະຖືກແດ່, ມົ່ວແດ່ ປົນໆກັນໄປ ແຕ່ຊ່ວຍໄດ້ຫລາຍຢູ່)
  • Professor Messer (YouTube): ຊ່ອງໃນດວງໃຈ! ສອນຟຣີ, ສອນດີ, ຟັງງ່າຍ ແລະ ຕົງປະເດັນສຸດໆ.

ບໍແມ່ນເຮັດຈົນຈື່ ແຕ່ເຮັດຈົນເຂົ້າໃຈແລະສາມາດເດົາໄດ້

ບໍແມ່ນເຮັດຈົນຈື່ ແຕ່ເຮັດຈົນເຂົ້າໃຈແລະສາມາດເດົາໄດ້

💡 Tips ສຳລັບຄົນທີ່ຮຽນເອງ & ງົບປະຢັດ

ຖ້າໃຜບໍ່ມີ Sponsor ແລ້ວຢາກຮຽນກະບໍ່ຕ້ອງກັງວົນ! ເຮົາຈັດ Study Plan ແບບປະຢັດໄດ້:

ເບິ່ງ YouTube ຟຣີ: ຊ່ອງ Professor Messer ຫຼື Cyberkraft ເຂົ້າໃຈງ່າຍ ແລະ ກວມເອົາເນື້ອຫາ.

ຊື້ແຕ່ Mock Exam ຢູ່ Udemy: ເອົາມາຊ້ອມເຮັດຂໍ້ສອບ ເພື່ອເຊັກ Scoring ຂອງໂຕເອງ ຫລື ຫາ Online Resources & Communities ເຂົ້າ Reddit ບໍກະ search ຫາເບິ່ງ Summary Sheets ແລະ Mock exam ທີ່ມີຢູ່ຕາມ web (ແຕ່ກະບໍໄດ້ຟຣີຫມົດ).

🎯 ສະຫຼຸບ

ການກຽມສອບ CompTIA Sec+ (SY0–701) ໃນຊ່ວງເປັນນັກສຶກສາ ມັນອາດຈະມີຊ່ວງທີ່ເມື່ອຍ ແລະ Headaches ແດ່ ເພາະຕ້ອງບາລານທັງການຮຽນ, ບົດຈົບ ແລະ ການກຽມໂຕເສັງ Cert. ແຕ່ຜົນລັບ 849/900 ແລະ ຄວາມຮູ້ທີ່ໄດ້ຮັບ ມັນ Upgrade Profile ຂອງເຮົາໄປອີກ Level ໜຶ່ງເລີຍ!

ຂໍເປັນກຳລັງໃຈໃຫ້ໝູ່ໆ ນັກສຶກສາ ແລະ ທຸກຄົນທີ່ກຳລັງລັງເລຢູ່… ຖ້າມີໂອກາດ, ລຸຍເລີຍ!ແລະ ກໍຂໍຂອບໃຈ ທາງ APNIC Foundation’s Building Capabilities in the Asia Pacific (BCAP) project ທີ່ support ເດັກນ້ອຍຕາດຳໆຄົນນີ້!!!

APNICFoundation #BCAP #Cybersecurity #CompTIA #SecurityPlus #SY0701 #Certification #TechBlog #LaoCybersecurity #StudentLife #CareerTips #LaoHackerCommunity #CEITCybersecurityClub #NUOL #ITLaos


메타데이터
post_id
bdb5fc4ef7f3
slug
comptia-security-sy0-701-ສະບັບນັກສຶກສາ-bdb5fc4ef7f3
url
https://medium.com/@yangvicky2020/comptia-security-sy0-701-%E0%BA%AA%E0%BA%B0%E0%BA%9A%E0%BA%B1%E0%BA%9A%E0%BA%99%E0%BA%B1%E0%BA%81%E0%BA%AA%E0%BA%B6%E0%BA%81%E0%BA%AA%E0%BA%B2-bdb5fc4ef7f3
canonical_url
https://medium.com/@yangvicky2020/comptia-security-sy0-701-%E0%BA%AA%E0%BA%B0%E0%BA%9A%E0%BA%B1%E0%BA%9A%E0%BA%99%E0%BA%B1%E0%BA%81%E0%BA%AA%E0%BA%B6%E0%BA%81%E0%BA%AA%E0%BA%B2-bdb5fc4ef7f3
author_url
https://medium.com/@yangvicky2020
status
ok
fetched_at
2026-09-16 18:22:35